ອົງການ ຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ສະເຫລີມ ສະຫລອງ ວັນກຳມະກອນສາກົນ ວັນທີ 1 ພຶດສະພາ 2008, ຄົບຮອບ 122 ປີເນື່ອງໃນໂອກາດວັນກຳມະກອນສາກົນ 1 ພຶດສະພາ ໄດ້ຫມູນວຽນມາ ຄົບຮອບ 122 ປີ ສະນັ້ນ ໃນຕອນບ່າຍວັນທີ 30 ເມສາ 2008 ທີ່ຜ່ານມານີ້, ອົງການຊັບພະຍາກອນ ແລະ ສິ່ງແວດລ້ອມ ໄດ້ມີການອອກແຮງງານລວມ ແລະ ຫຼັງຈາກນັ້ນໃນເວລາ 4:00 ໂມງກໍ່ໄດ້ຈັດໃຫ້ມີການ ແຂ່ງຂັນກິລາບານເຕະ ຂອງອ້າຍນ້ອງພະນັກງານພາຍໃນ ອົງການ, ເພື່ອສະເຫລີມສະຫລອງວັນກຳມະກອນ ສາກົນ ຄົບຮອບ 122 ປີ ແລະ ເພື່ອສ້າງຄວາມສາມັກຄີຂອງອ້າຍເອື້ອຍນ້ອງພະນັກງານພາຍໃນ ອົງການຊັບພະຍາກອນນ້ຳ ແລະ ສິ່ງແວດລ້ອມ ຊື່ງບັນຍາກາດແມ່ນເຕັມໄປ ດ້ວຍຄວາມເບີກບານມ່ວນຊື່ນ.